Support
 
Support Get Quote
 
 
 
 

 

ຊອບແວການຈັດການບັນທຶກ ແລະການປະຕິບັດຕາມຂໍ້ກຳນົດໄອທີສຳລັບ SIEM

ManageEngine EventLog Analyzer ແມ່ນໂຊລູຊັ່ນການຈັດການເຫດການແລະຂໍ້ມູນຄວາມປອດໄພທີ່ສົມບູນ (SIEM) ທີ່ເປີດໃຊ້ງານການຈັດການບັນທຶກ, ເກັບກຳບັນທຶກ, ການວິເຄາະ, ການສຳພັນເຫດການ, ການຕິດຕາມຄວາມສົມບູນຂອງໄຟລ໌, ຄົ້ນຫາບັນທຶກແລະຈັດເກັບຖາວອນໂດຍອັດຕະໂນມັດເພື່ອສ່ອດຄ່ອງກັບການປະຕິບັດຕາມຂໍ້ກຳນົດ ແລະຄວາມຕ້ອງການຂອງ SIEM ຈາກຄອນໂຊນອັນດຽວ.

EventLog Analyzer ຊ່ວຍຜູ້ຄວບຄຸມດ້ານຄວາມປອດໄພໃນຂອບເຂດດັ່ງນີ້:

  • ການສຳພັນເຫດການເວລາຈິງ

    ໂປຣແກຣມການສຳພັນທີ່ມີພະລັງຂອງ EventLog Analyzer ລະບຸຮູບແບບການໂຈມຕີທີ່ກຳນົດພາຍໃນການບັນທຶກຂອງທ່ານຢ່າງມີປະສິດທິພາບ. ໂມດູລການສຳພັນຂອງມັນສະໜອງກົດການສຳພັນທີ່ກຳນົດລ່ວງໜ້າຫລາຍກວ່າ 20 ຂໍ້ທີ່ຊ່ວຍກວດຫາໄພຄຸກຄາມທີ່ເປັນໄປໄດ້ ແລະຕົວສ້າງທີ່ມີກົດງ່າຍໃນການໃຊ້ ຊຶ່ງໃຫ້ລາຍການໝວດຂອງການດຳເນີນເຄືອຂ່າຍ ເຊິ່ງທ່ານສາມາດລາກ ແລະປ່ອຍລົງໃນລຳດັບທີ່ຕ້ອງການ.

    ນອກນັ້ນ, EventLog Analyzer ຍັງສະໜອງການລາຍງານລະອຽດສຳລັບແຕ່ລະຮູບແບບການໂຈມຕີ, ລາຍງານພາບລວມຂອງການໂຈມຕີທີ່ຄົ້ນພົບ ແລະກອບເວລາສະແດງລຳດັບບັນທຶກຕາມເວລາວັນເດືອນປີຂອງແຕ່ລະຮູບແບບການໂຈມຕີທີ່ໄດ້ລະບຸ.

    ການລາຍງານການປະຕິບັດຕາມ

    EventLog Analyzer ອະນຸຍາດທ່ານສ້າງການລາຍງານການປະຕິບັດຕາມຂໍ້ກຳນົດທີ່ກຳນົດລ່ວງໜ້າເຊັ່ນວ່າ PCI DSS, FISMA, GLBA, SOX, HIPAA, ISO 27001, GDPR ໆລໆ ໂດຍການຕິດຕາມຂໍ້ມູນເຄືອຂ່າຍຂອງທ່ານໃນເວລາຈິງ. ວິທີການແກ້ໄຂບັນຫາ ຫລື ໂຊລູຊັນແມ່ນຊ່ວຍອົງການຈັດຕັ້ງຮັກສາຂໍ້ມູນບັນທຶກສຳລັບໄລຍະເວລາທີ່ກຳນົດເອງໄດ້. ການຈັດເກັບຖາວອນຂໍ້ມູນບັນທຶກເປັນໄລຍະເວລາທີ່ປ່ຽນແປງໄດ້ຈະຊ່ວຍຜູ້ຄວບຄຸມດຳເນີນການວິເຄາະທີ່ໃຊ້ວິທີການທາງວິທະຍາສາດ ແລະສອດຄ່ອງກັບຄວາມຕ້ອງການການກວດກາການປະຕິບັດຕາມຂໍ້ກຳນົດ.

    ຄັງສະສົມບັນທຶກທົ່ວໄປ

    EventLog Analyzer ເກັບເອົາບັນທຶກຈາກແຫລ່ງຫລາກຫລາຍ ລວມເຖິງ ເຊີບເວີ Windows ແລະເວີກສະເຕຊັນ, ລະບົບ Linux ແລະ Unix, ອຸປະກອນເຄືອຂ່າຍ, ແອັບພລິເຄຊັ່ນ, ໂຊລູຊັນຂໍ້ມູນຂ່າວກອງໄພຄຸກຄາມ, ແລະເຄື່ອງສະແກນຈຸດອອ່ນຂອງລະບົບ. ນອກຈາກນັ້ນ, ຕົວແຍກວິເຄາະບັນທຶກທີ່ກຳນົດເອງຂອງ EventLog Analyzer ຖອດລະຫັດຂໍໍ້ມູນບັນທຶກໃດໜຶ່ງໂດຍບໍ່ຄຳນຶງເຖິງແຫລ່ງທີ່ມາແລະຮູບແບບຂອງບັນທຶກ.

  • ການຕິດຕາມຄວາມສົມບູນໄຟລ໌

    EventLog Analyzer ຕິດຕາມການປ່ຽນແປງທັງໝົດ ແລະສົ່ງການເຕືືອນເວລາຈິງເມື່ອໄຟລ໌ແລະໂຟລເດີຖືກສ້າງ, ເຂົ້າເຖິງ, ເບິ່ງ, ລຶບ, ແກ້ໄຂ ແລະ ໃສ່ຊື່ໃໝ່. ທ່ານສາມາດຮັບການລາຍງານການກວດກາອັນສົມບູນທີ່ໄດ້ໃຫ້ຄຳຕອບກ່ຽວກັບການປ່ຽນແປງທັງໝົດທີ່ໄດ້ເຮັດກັບໄຟລ໌ແລະໂຟລເດີເຊັ່ນ: ຜູ້ໃດໄດ້ປ່ຽນແປງ, ປ່ຽນແປງເວລາໃດ, ປ່ຽນແປງຢູ່ໃສ ແລະປ່ຽນແປງແມ່ນຫຍັງແດ່.

    ໃຊ້ວິທີການທາງວິທະຍາສາດໃນການບັນທຶກ

    ບັນທຶກທີ່ໄດ້ເກັບເອົາແມ່ນຖືກເຂົ້າລະຫັດ, ຕິດສະແຕມເວລາ ແລະຈັດເກັບຖາວອນໃນຄັງເກັບແບບລວມສູນໂດຍອັດຕະໂນມັດ. EventLog Analyzer ອະນຸຍາດທ່ານຈັດຮຽງຂໍ້ມູນບັນທຶກດິບຕາມລະດັບຄວາມແຕກຕ່າງແລະເຮັດການວິເຄາະຫາສາເຫດພື້ນຖານໃນການຊອກຫາລາຍການບັນທຶກອັນແທ້ຈິງທີ່ກໍໃຫ້ເກີດເຫດການດ້ານຄວາມປອດໄພ.

    ການເຕືອນເວລາຈິງ

    EventLog Analyzer ມີການເຕືອນທີ່ກຳນົດລ່ວງໜ້າຫລາຍກວ່າ 500 ການເຕືອນທີ່ທ່ານສາມາດເລືອກຈາກ, ສະນັ້ນ, ການເພີ່ມສະມັດຖະພາບໃນການດຳເນີນງານໂດຍການກຳຈັດຄວາມຕ້ອງການໃນການຕັ້ງໂປຣໄຟລ໌ການເຕືອນ. ທ່ານສາມາດຮັບ SMS ແລະການເຕືອນອີເມວເວລາຈິງ ໃນເວລາໃດກໍຕາມທີ່ເຄືອຂ່າຍເກີດຜິດປົກກະຕິ. ນອກຈາກນັ້ນ, ກົນໄກການເຕືອນລວມເຖິງການແລ່ນ ສຄຣິບຕ໌ (script)ທີ່ກຳນົດເອງເມື່ອເປີດໃຊ້ການເຕືອນ.

EventLog Analyzer Trusted By

Los Alamos National Bank Michigan State University
Panasonic Comcast
Oklahoma State University IBM
Accenture Bank of America
Infosys
Ernst Young

Customer Speaks

  • Credit Union of Denver has been using EventLog Analyzer for more than four years for our internal user activity monitoring. EventLog Analyzer provides great value as a network forensic tool and for regulatory due diligence. This product can rapidly be scaled to meet our dynamic business needs.
    Benjamin Shumaker
    Vice President of IT / ISO
    Credit Union of Denver
  • The best thing, I like about the application, is the well structured GUI and the automated reports. This is a great help for network engineers to monitor all the devices in a single dashboard. The canned reports are a clever piece of work.
    Joseph Graziano, MCSE CCA VCP
    Senior Network Engineer
    Citadel
  • EventLog Analyzer has been a good event log reporting and alerting solution for our information technology needs. It minimizes the amount of time we spent on filtering through event logs and provides almost near real-time notification of administratively defined alerts.
    Joseph E. Veretto
    Operations Review Specialist
    Office of Information System
    Florida Department of Transportation
  • Windows Event logs and device Syslogs are a real time synopsis of what is happening on a computer or network. EventLog Analyzer is an economical, functional and easy-to-utilize tool that allows me to know what is going on in the network by pushing alerts and reports, both in real time and scheduled. It is a premium software Intrusion Detection System application.
    Jim Lloyd
    Information Systems Manager
    First Mountain Bank

Awards and Recognitions

  •  
  •  
  •  
  •  
  •  
  •  
  •  
  •  
  •