Support
 
Phone Get Quote
 
Support
 
US: +1 888 720 9500
US: +1 888 791 1189
Intl: +1 925 924 9500
Aus: +1 800 631 268
UK: 0800 028 6590
CN: +86 400 660 8680

Direct Inward Dialing: +1 408 916 9892

Auditing

ການກວດສອບ ການປະຕິບັດຕາມຂໍ້ກຳນົດໄອທີ ເວລາຈິງ

ບັນດາອົງກອນທີ່ປົກຄອງໂດຍ ການປະຕິບັດຕາມຂໍ້ກຳນົດ ຕອນນີ້ ຈຳຕ້ອງອາໄສ ລະບົບການຄວບຄຸມ ຂໍ້ມູນອັດຕະໂນມັດ ເຊັ່ນວ່າ ADAudit Plus. ບັນດາລະບົບເຫລົ່ານີ້ ຮັບປະກັນ ການຄວບຄຸມຄວາມປອດໄພຂອງຂໍ້ມູນ, ຄວາມຕໍ່ເນື່ອງ ແລະ ການຄວບຄຸມທີ່ທົ່ວເຖິງ ແລະ ການລາຍງານ ການກວດສອບບັນຊີດ້ວຍ ຄວາມລັດ, ຄວາມສົມບູນ ແລະ ຄວາມຖືກຕ້ອງອັນສູງສຸດ. ຊອບແວຄວາມປອດໄພນີ້ຕິດຕາມ ການກະທຳຂອງຜູ້ໃຊ້ ແລະ ເຂົ້າເຖິງຂໍ້ມູນ / ການແກ້ໄຂທີ່ຈຳເປັນຕ້ອງ ສອດຄ່ອງກັບ ການປະຕິບັດຕາມຂໍ້ກຳນົດຕ່າງໆ ເຊັ່ນວ່າ: SOX, HIPAA, PCI-DSS, FISMA, ແລະ GLBA.

ADAudit Plus ໃຫ້ທ່ານຄວບຄຸມຕິດຕາມ 24x7 , ການເຕືອນອີເມວ, ແລະ ງ່າຍໃນການເບິ່ງ ການລາຍງານທີ່ກຳນົດຄ່າລ່ວງໜ້າ. ຈຳນວນຫລາຍກວ່າ 200+ ລາຍງານເພື່ອເບິ່ງ ການປ່ຽນແປງ, ການປະຕິບັດຕາມຂໍ້ກຳນົດບໍ່ສາມາດ ງ່າຍກວ່ານີ້ໄດ້.

ການກວດສອບ ການປະຕິບັດຕາມຂໍ້ກຳນົດ SOX ເວລາຈິງ

ກົດໝາຍ Sarbanes-Oxley ປີ 2002 ກຳນົດ ມາດຕະຖານເຂັ້ມງວດ ສຳລັບ ບໍລິສັດການຄ້າມະຫາຊົນທັງໝົດ ໃນ ສະຫະລັດ. ມັນບໍ່ບັງຄັບໃຊ້ກັບ ບໍລິສັດເອກະຊົນ. ກົດໝາຍແມ່ນຈັດການໂດຍ ຄະນະກຳມະການ ຕະຫລາດຫລັກຊັບ ຫລື Securities and Exchange Commission (SEC), ເຊິ່ງຮັບມືກັບ ການປະຕິບັດຕາມຂໍ້ກຳນົດ, ກົດລະບຽບ ແລະ ຂໍ້ຮຽກຮ້ອງ. ADAudit Plus ຮັບຮອງ SOX 302 ແບບອັດຕະໂນມັດ / ລະບົບ ການປະຕິບັດຕາມຂໍ້ກຳນົດ 404 ເພື່ອຮັກສາ ຄວາມປອດໄພ ເຄືອຂ່າຍບໍລິສັດ, ການຄວບຄຸມຄວາມຕໍ່ເນື່ອງ ເຄືອຂ່າຍດ້ວຍການເຕືອນ/ການລາຍງານຕໍ່ລະບົບທີ່ຮັບອະນຸຍາດ / ບໍ່ໄດ້ຮັບອະນຸຍາດ ແລະ ການເຂົ້າເຖິງ ຂໍ້ມູນ ສຳລັບ ຄວາມ ສົມບູນຂອງຂໍ້ມູນ.

ບາງ ການລາຍງານ ການກວດສອບ ການປະຕິບັດຕາມຂໍ້ກຳນົດ SOX

ກິດຈະກຳ ເຂົ້າລະບົບຂອງ ຜູ້ໃຊ້ລ່າສຸດ | ການລົ້ມເຫຼວ ເຂົ້າລະບົບ | ກິດຈະກຳ ບໍລິການເທີມິນາລ | ໄລຍະເວລາ ເຂົ້າລະບົບ | ການປ່ຽນແປງນະໂຍບາຍໂດເມນ | ປະຫວັດການ ເຂົ້າລະບົບ | ການຈັດການຜູ້ໃຊ້ | ການຈັດການກຸ່ມ | ການຈັດການ ຄອມພິວເຕີ | ການຈັດການ OU | ການຈັດການ GPO | ການດຳເນີນການຜູ້ໃຊ້ທີ່ເປັນຜູ້ຄຸ້ມຄອງ | ການປ່ຽນແປງໄຟລ໌ຫຼື ໂຟລເດີທັງໝົດ

ການກວດສອບ ການປະຕິບັດຕາມຂໍ້ກຳນົດ HIPAA ເວລາຈິງ

HIPAA, ກົດໝາຍວ່າດ້ວຍສິດທິຜູ້ຖືປະກັນ ແລະ ຄວາມຮັບຜິດຊອບດ້ານປະກັນ ສຸຂະພາບປີ 1996 (Health Insurance Portability and Accountability Act of 1996), ແມ່ນກົດໝາຍລັດຖະບານກາງທີ່ຖືກດັດແກ້ເປັນ ປະມວນກົດໝາຍ ລາຍໄດ້ພາຍໃນ ປີ 1996 (Internal Revenue Code of 1996). ມັນຖືກອອກແບບເພື່ອປັບປຸງ ສິດທິ ຜູ້ຖືປະກັນແລະ ຄວາມຕໍ່ເນື່ອງຂອງ ຂອບເຂດການຄຸ້ມປະກັນໄພສຸຂະພາບໃນ ຕະຫລາດແບບກຸ່ມ ແລະຕະຫລາດແບບດ່ຽວ.

Title–I ການປະຕິບັດຕາມຂໍ້ກຳນົດ HIPAA - HIPAA ປົກປ້ອງ ຂອບເຂດການຄຸ້ມປະກັນໄພສຸຂະພາບສຳລັບຄົນງານ ແລະ ຄອບຄົວຂອງພວກເຂົາ ເມື່ອພວກເຂົາປ່ຽນ ຫລື ສູນເສຍວຽກງານຂອງເຂົາເຈົ້າ.

Title-II ການປະຕິບັດຕາມຂໍ້ກຳນົດ HIPAA - ສຳລັບບັງຄັບໃຊ້ ບົດບັນຍັດວ່າດ້ວຍ ຄວາມງ່າຍກ່ຽວກັບການບໍລິຫານ (AS), ມາດຕະຖານລະດັບຊາດສຳລັບການທຸລະກຳ ແລະ ຜູ້ລະບຸລະດັບຊາດຂອງການດູແລສຸຂະພາບອີເລັກໂຕຼນິກ ສຳລັບຜູ້ສະໜອງ, ແຜນປະກັນໄພສຸຂະພາບ ແລະ ນາຍຈ້າງໃນການ ແກ້ໄຂບັນຫາຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຂໍ້ມູນສຸຂະພາບຈະຕ້ອງຖືກສ້າງຂຶ້ນ.

ບາງ ການລາຍງານ ການກວດສອບ ການປະຕິບັດຕາມຂໍ້ກຳນົດ HIPAA

ການປ່ຽນແປງໄຟລ໌ຫລືໂຟລເດີທັງໝົດ | ການຈັດການ OU | ການຈັດການ ຄອມພິວເຕີ | ການຈັດການກຸ່ມ | ການຈັດການ ຜູ້ໃຊ້ | ໄລຍະເວລາ ເຂົ້າລະບົບ| ກິດຈະກຳບໍລິການເທີມິນາລ | ຄວາມລົ້ມເຫຼວ ເຂົ້າລະບົບ | ກິດຈະກຳ ເຂົ້າລະບົບຂອງຜູ້ໃຊ້ລ່າສຸດ

ການກວດສອບ ການປະຕິບັດຕາມຂໍ້ກຳນົດ PCI-DSS ເວລາຈິງ

PCI DSS ໃຊ້ກັບສິ່ງໃດນຶ່ງທີ່ເກັບບັນທຶກ, ປະມວນຜົນ ແລະ/ຫລື ສົ່ງຜ່ານຂໍ້ມູນເຈົ້າຂອງບັດ. ມັນກວມເອົາອົງປະກອບທາງເຕັກນິກ ແລະລະບົບປະຕິບັດງານທີ່ລວມໃຮ ຫລື ເຊື່ອມຕໍ່ກັບ ຂໍ້ມູນເຈົ້າຂອງບັດ. ຫາກທຸລະກິດຂອງທ່ານຍອມຮັບ ຫລື ປະມວນຜົນບັດສຳລັບການຊຳລະ, ມັນຕ້ອງປະຕິບັດຕາມ PCI DSS.

ບາງ ການລາຍງານ ການກວດສອບ ການປະຕິບັດຕາມຂໍ້ກຳນົດ PCI DSS

ກິດຈະກຳ ເຂົ້າລະບົບຂອງຜູ້ໃຊ້ລ່າສຸດ | ຄວາມລົ້ມເຫຼວ ເຂົ້າລະບົບ | ກິດຈະກຳບໍລິການເທີມິນາລ | ປະຫວັດການ ເຂົ້າລະບົບ | ການດຳເນີນການຜູ້ໃຊ້ທີ່ເປັນຜູ້ຄຸ້ມຄອງ | ການປ່ຽນແປງໄຟລ໌ຫລືໂຟລເດີທັງໝົດ | ປະຫວັດການ ເຂົ້າລະບົບ RADIUS (NPS) | ເຂົ້າເຖິງ ອ່ານໄຟລ໌ທີ່ສຳເລັດ | ການປ່ຽນແປງ ການອະນຸຍາດໂຟລເດີ | ການປ່ຽນແປງການຕັ້ງຄ່າການກວດສອບໂຟລເດີ

ການກວດສອບ ການປະຕິບັດຕາມຂໍ້ກຳນົດ FISMA ເວລາຈິງ

ກົດໝາຍວ່າດ້ວຍຄວາມປອດໄພແລະການຈັດການຂໍ້ມູນຂອງລັດຖະບານກາງ (FISMA) ຮຽກຮ້ອງສຳນັກງານລັດຖະບານກາງສະໜອງຄວາມປອດໄພສຳລັບຂໍ້ມູນທີ່ເກັບເອົາ ຫລື ຮັກສາໂດຍ ຫລື ຕາງໜ້າສຳນັກງານ; ແລະສຳລັບລະບົບຂໍ້ມູນທີ່ໃຊ້ ຫລື ດຳເນີນການໂດຍ ສຳນັກງານ ຫລື ໂດຍ ຄູ່ສັນຍາຂອງສຳນັກງານ ຫລື ອົງການຈັດຕັ້ງອື່ນທີ່ຕາງໜ້າສຳນັກງານ.

ບາງ ການລາຍງານ ການກວດສອບ ການປະຕິບັດຕາມຂໍ້ກຳນົດ FISMA

ກິດຈະກຳບໍລິການເທີມິນາລ | ຄວາມລົ້ມເຫຼວ ເຂົ້າລະບົບໃນເຄື່ອງ | ປະຫວັດການ ເຂົ້າລະບົບ | ການຈັດການກຸ່ມ | ການຈັດການຜູ້ໃຊ້ | ການດຳເນີນການຜູ້ໃຊ້ທີ່ເປັນຜູ້ຄຸ້ມຄອງ | ການຈັດການ ຄອມພິວເຕີ | ການຈັດການ OU | ການປ່ຽນແປງໄຟລ໌ຫລືໂຟລເດີທັງໝົດ | ລົ້ມເຫຼວໃນການພະຍາຍາມຂຽນໄຟລ໌ | ລົ້ມເຫຼວໃນການພະຍາຍາມລຶບໄຟລ໌

ການກວດສອບ ການປະຕິບັດຕາມຂໍ້ກຳນົດ GLBA ເວລາຈິງ

ກົດໝາຍ Gramm-Leach-Bliley, ຮູ້ກັນດີຄືກົດໝາຍວ່າດ້ວຍ ການປ່ຽນແປງການບໍລິການດ້ານການເງິນໃຫ້ດີຂຶ້ນ (Financial Services Modernization Act) ຮຽກຮ້ອງສະຖາບັນການເງິນ – ບໍລິສັດທີ່ສະໜອງຜະລິດຕະພັນ ຫລື ການບໍລິການດ້ານການເງິນແກ່ລູກຄ້າເຊັ່ນ: ເງິນກູ້, ຄຳແນະນຳການລົງທຶນດ້ານການເງິນ, ຫລື ປະກັນໄພ –ເພື່ອອະທິບາຍຂໍ້ມູນຂອງພວກເຂົາ–ແບ່ງບັນການປະຕິບັດຕົວຈິງໃຫ້ ລູກຄ້າຂອງພວກເຂົາ ແລະ ເພື່ອປົກປ້ອງຂໍ້ມູນທີ່ສຳຄັນ. ກົດໝາຍນັ້ນບັງຄັບໃຊ້ກັບ ຜູ້ຮັບຈຳນອງທີ່ບໍ່ແມ່ນທະນາຄານ, ນາຍໜ້າກູ້ຢືມເງິນ, ບາງ ຜູ້ແນະນຳການລົງທືນ ຫລື ການເງິນ, ຜູ້ເກັບໜີ້, ຜູ້ກະກຽມຍື່ນເສຍພາສີ, ຜູ້ສະໜອງການບໍລິການຊຳລະ ອະສັງຫາລິມະຊັບ.

ບາງ ການລາຍງານ ການກວດສອບ ການປະຕິບັດຕາມຂໍ້ກຳນົດ GLBA

ການປ່ຽນແປງການຕັ້ງຄ່າກວດສອບໂຟລເດີ | ການປ່ຽນແປງການອະນຸຍາດໂຟລເດີ | ເຂົ້າເຖິງ ອ່ານໄຟລ໌ທີ່ສຳເລັດ | ການປ່ຽນແປງໄຟລ໌ຫລືໂຟລເດີທັງໝົດ | ການຈັດການ GPO| ການຈັດການຜູ້ໃຊ້ | ການຈັດການກຸ່ມ | ການປ່ຽນແປງນະໂຍບາຍໂດເມນ | ໄລຍະເວລາ ເຂົ້າລະບົບ |ການລົ້ມເຫຼວ ເຂົ້າລະບົບ | ກິດຈະກຳບໍລິການເທີມິນາລ

ADAudit Plus Trusted By